Menu

ພິທີຮັບເອົາມະຫາຊົນກ້າວຫນ້າ ເລື່ອນເປັນສະມະຊິກພັກສຳຮອງ

ໃນຕອນເຊົ້າຂອງວັນທີ 29/08/2018, ທີ່ຫ້ອງປະຊຸມຊັ້ນ 5 ບໍລິສັດເບຍລາວ, ໜ່ວຍພັກຫ້ອງການບໍລິສັດເບຍລາວ ໄດ້ຈັດພິທີຮັບເອົາມະຫາຊົນກ້າວຫນ້າ ເລື່ອນເປັນສະມະຊິກພັກສຳຮອງຂຶ້ນ

ໂດຍການເປັນປະທານຂອງ ສະຫາຍ ສຸນທອນ ສີຣິສັກ, ຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ, ເລຂາພັກຮາກຖານບໍລິສັດເບຍລາວຈຳກັດ. ເຂົ້າຮ່ວມໃນພິທີມີວ່າການເລຂາໜ່ວຍພັກຫ້ອງການ ຕະຫຼອດຮອດບັນດາສະຫາຍສະມາຊິກພັກສົມບູນ ແລະ ສຳຮອງໃໝ່ເຂົ້າຮ່ວມທັງໝົດຈຳນວນ 22 ສະຫາຍ, ໃນນັ້ນເປັນຍິງ 12 ສະຫາຍ.

ກອງປະຊຸມໄດ້ອ່ານຜ່ານຂໍ້ຕົກລົງຂອງຄະນະບໍລິຫານງານພັກກະຊວງອຸດສາຫະກຳ ແລະ ການຄ້າ ຮັບເອົາມະຫາຊົນຜູ້ທີ່ມີຄວາມກ້າວໜ້າຈຳນວນ 9 ສະຫາຍ, ຍິງ 6 ສະຫາຍ ເຂົ້າເປັນສຳມະຊິກພັກສຳຮອງ.

ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນ ແລະ ຄົບຮອບ 45ປີ ເບຍລາວ ທີ່ມີກຽດສະຫງ່າ ສະຫາຍປະທານກອງປະຊຸມ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາສະຫາຍສະມາຊິກພັກ. ເຊິ່ງກ່ອນອື່ນສະຫາຍ ກໍ່ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາສະຫາຍຄະນະພັກ. ເລຂາໜ່ວຍພັກທີ່ໄດ້ພ້ອມພາກັນເອົາໃຈໃສ່ຊີ້ນຳ-ນຳພາບັນດາສະຫາຍສະມາຊິກພັກ ໃນໜ່ວຍພັກຂອງຕົນຢ່າງຕັ້ງໜ້າ ເຊິ່ງມັນໄດ້ສະແດງອອກຄືຜົນສໍຳເລັດໃນການປະຕິບັດໜ້າທີ່ວຽກງານຂອງຕົນທີ່ຖືກມອບໝາຍໃຫ້.

 

ພ້ອມດຽວກັນນີ້ສະຫາຍກໍ່ຍັງໄດ້ສະແດງຄວາມຊົມເຊີຍຕໍ່ສະມະຊິກພັກສຳຮອງໃໝ່ ທີ່ໄດ້ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ຈົນໄດ້ຮັບການໄວ້ເນື້ອເຊື່ອໃຈຈາກຄະນະໜ່ວຍພັກ ຈົນກ້າວເຂົ້າມາເປັນສະມາຊິກພັກສຳຮອງ ແລະ ສະຫາຍຍັງຖືໂອກາດໂອ້ລົມ ຕໍ່ບັນດາສະມະຊິກພັກພາຍໃນໜ່ວຍພັກຕ້ອງໄດ້ເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະໂຍບາຍ ຂອງພັກ, ມີສະຕິເປັນເຈົ້າໃນການປະຕິບັດ ກົດລະບຽບຂອງພັກ ເພື່ອປະຕິບັດໃຫ້ຖືກຕ້ອງ. ໝັ່ນຄົ້ນຄ້ວາ ສຶກສາບັນດາລະບຽບກົດໝາຍ ແລະ ຄວາມຮູ້ຕ່າງໆ ທີ່ກ່ຽວຂ້ອງກັບຂົງເຂດວຽກງານຂອງຕົນ ເພື່ອໃຫ້ກຳໄດ້ສະພາບ ແລະ ຍົກສູງຄວາມສາມາດ ພ້ອມດຽວກັນສະມາຊິກພັກຕ້ອງເປັນ ແບບຢ່າງໃຫ້ແກ່ມະຫາຊົນ, ເພື່ອເພີ່ມທະວີຄວາມສາມັກຄີພາຍໃນໃຫ້ໜັກແໜ້ນ ແລະ ມີການພົວພັນກັບພາຍນອກໃຫ້ກ້ວາງຂວາງ, ເອົາໃຈໃສ່ຢ່າງຕັ້ງຫນ້າໃນການປະຕິບັດ ວຽກງານວິຊາສະເພາະ ທີ່ໄດ້ຮັບມອບໝາຍເພື່ອປະກອບສ່ວນ ເຮັດໃຫ້ບໍລິສັດບັນລຸຄາດຫມາຍ ໃນແຕ່ລະໄລຍະ ແລະ ມີຄວາມເຂັ້ມແຂງຕໍ່ເນື່ອງ.

ພ້ອມດຽວກັນນີ້ສະຫາຍກໍ່ຍັງໄດ້ຮຽກຮ້ອງໃຫ້ຄະນະໜ່ວຍພັກຈົ່ງໄດ້ພ້ອມພາກັນສຶບຕໍ່ໃນການຊີ້ນຳ-ນຳພາ ເພື່ອເຮັດແນວໃດ ເຮັດໃຫ້ໜ່ວຍພັກຂອງຕົນກາຍເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນອີກດ້ວຍ.